ຂໍຊົມເຊີຍນ້ອງ ຈິນດາວອນ ສັນລາດ, ອະດິດນັກຮຽນ ມ ສ ພູຟ້າ, ແຂວງຜົ້ງສາລີ

ASEAN MEDIA

26 videos
1.218 views
ຂໍຊົມເຊີຍນ້ອງ ຈິນດາວອນ ສັນລາດ, ອະດິດນັກຮຽນ ມ ສ ພູຟ້າ, ແຂວງຜົ້ງສາລີ
--------------------
ນາງ ຈິນດາວອນ ສະມາຊິກYSEALI ຈາກ ສປປລາວ ໄດ້ຂຶ້ນກ່າວທີ່ງານ YSEALI Town Hall ຕໍ່ພະນະທ່ານ ບາລັກ ໂອບາມາ ປະທານາທິບໍດີແຫ່ງສະຫະລັດອາເມລິກາ, ຢູ່ທີ່ປະເທດມາເລເຊຍ.

ເບິ່ງຖ່າຍທອດສົດຕົ້ນສະບັບໄດ້ທີ່: https://youtu.be/wbeubKQD8o8

# ຄໍາແປລາວ..."ມື້ນີ້ຂ້າພະເຈົ້າມີຄວາມຮູ້ສຶກດີໃຈຫລາຍ ແລະ ເປັນກຽດຢ່າງຍິງ ທີ່ໄດ້ມາເຂົ້າຮ່ວມໃນງານນີ້, ຂ້າພະເຈົ້າ ນາງ ຈິນດາວອນ ສັນລາດ ມາຈາກປະເທດລາວ, ຂ້າພະເຈົ້າ ກຳເນີດຢູ່ເຂດຫ່າງໄກສອກຫຼີກເໜື່ອສຸດຂອງປະເທດລາວ. ແລະ ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດກ່ອນທີ່ຂ້າພະເຈົ້າໄດ້ເກີດອອກມາ. ຍ້ອນພື້ນຖານການເຕີບໃຫຍ່ຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ເຄີຍຄິດວ່າມື້ຫນຶ່ງຂ້າພະເຈົ້າຈະສາມາດຊ່ວຍໃຫ້ຊຸມຊົນຂອງຂ້າພະເຈົ້າ ... ຍ້ອນໂຄງການ(YSEALI), ໃນປະຈຸບັນນີ້ຄວາມຄິດຂອງຂ້າພະເຈົ້າໄດ້ປ່ຽນແປງໄປ," ນາງຈິນດາວອນ ສັນລາດໄດ້ກ່າວໄວ້.
ນາງໄດ້ອະທິບາຍຕໍ່ວ່າ, "ໄດ້ມາເປັນສ່ວນຫນຶ່ງຂອງໂຄງການ(YSEALI) ໄດ້ຂະຫຍາຍແນວຄວາມຄິດຂອງຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າມອງເຫັນສິ່ງທ້າທາຍທີ່ຊຸມຊົນຂອງຂ້າພະເຈົ້າກໍາລັງປະເຊີນຢູ່, ແລະເປັນແຮງບັນດານໃຈໃຫ້ຂ້າພະເຈົ້າໄດ້ເປັນສ່ວນໜຶ່ງໃນການແກ້ໄຂ. ປະຈຸບັນນີ້ຂ້າພະເຈົ້າໄດ້ເຮັດວຽກຮ່ວມກັບໂຄງການ ທີ່ເອີ້ນວ່າ ການຄຸ້ມຄອງການບັງຄັບໃຊ້ກົດໝາຍແລະວຽກງານການຄ້າເຊິ່ງມີເປົ້າຫມາຍເພື່ອສົ່ງເສີມການຄ້າໄມ້ທ່ອນທີ່ຖືກກົດຫມາຍແລະການຄຸ້ມຄອງປ່າໄມ້ແບບຍືນຍົງ. ຈາກບົດຮຽນທີ່ໄດ້ຮຽນມາຈາກລັດມອນທານາ ຂ້າພະເຂົ້າໄດ້ເອົາມານຳໃຊ້ເພື່ອຊ່ວຍໃນການຄຸ້ມຄອງປ່າໄມ້ໃນສປປລາວ."

 

Category: People & Blogs
License: Public Source

COMMENTS

Up next