ແປກແຕ່ຈິງ ເຕັ້ນໃນງານສົບ ............... ເປັນຂ່າວກະແສດັງພໍສົມຄວນ ເມື່ອມີຜູ້ເຜີຍແພ່ຄລິບວິດີໂອ ການມ່ວນຊື່ນດ້ວຍການຟ້ອນແລະລຳ ຢູ່ຂ້າງໆເມມສົບຂອງພໍ່ລຸງຜູ້ໜຶ່ງ ທີ່ໄດ້ເສຍຊີວິດໄປແລ້ວ. ໂດຍຍາດພີ່ນ້ອງລູກຫຼານໄດ້ໃ...

ASEAN MEDIA

26 videos
1.294 views
ແປກແຕ່ຈິງ ເຕັ້ນໃນງານສົບ
...............
ເປັນຂ່າວກະແສດັງພໍສົມຄວນ ເມື່ອມີຜູ້ເຜີຍແພ່ຄລິບວິດີໂອ ການມ່ວນຊື່ນດ້ວຍການຟ້ອນແລະລຳ ຢູ່ຂ້າງໆເມມສົບຂອງພໍ່ລຸງຜູ້ໜຶ່ງ ທີ່ໄດ້ເສຍຊີວິດໄປແລ້ວ.
ໂດຍຍາດພີ່ນ້ອງລູກຫຼານໄດ້ໃຫ້ຂໍ້ມູນວ່າ ຜູ້ເສຍຊີວິດເປັນຄົນຮັກແພງລູກຫຼານຫຼາຍ ເພິ່ນບໍ່ຢາກໃຫ້ລູກຫຼານຕ້ອງມານັ່ງເສົ້າ ຈຶ່ງສັ່ງລູກຫຼານໄວ້ວ່າເມື່ອພໍ່ເສຍຊີວິດແລ້ວ ຫ້າມໂສກຫ້າມເສົ້າເດັດຂາດ ແຕ່ໃຫ້ພາກັນຄົບງັນຕາມປະເພນີ ເຮັດບຸນສິນກິນທານ ພ້ອມທັງໃຫ້ມ່ວນຊື່ນເຮຮາ.
ເພື່ອປະຕິບັດຕາມຄຳສັ່ງລາຂອງພໍ່ ລູກຫຼານຈຶ່ງພາກັນມ່ວນຊື່ນ ເຖິງແມ່ນວ່າໃນໃຈຈະໂສກເສົ້າ ແຕ່ການເຮັດມ່ວນຊື່ນນີ້ກໍເພື່ອ ປະຕິບັດຕາມຄຳສັ່ງຂອງເພິ່ນຜູ້ຈາກໄປ. ສ່ວນຜູ້ອື່ນທີ່ພົບເຫັນຂ່າວກໍຄົງຈະເວົ້າວ່າ ເປັນເລື່ອງທີ່ແປກກໍຫາກແມ່ນ ແຕ່ອັນນີ້ເຮົາເຮັດດ້ວຍຄວາມບໍລິສຸດໃຈ ແລະບໍ່ຈຳເປັນຕ້ອງເອົາການພະນັນ ເຂົ້າມາກ່ຽວຂ້ອງ ເຊິ່ງລູກຫຼານເຫັນວ່າ ການເອົາຄວາມບັນເທິງເຂົ້າມາຄົບງັນ ແມ່ນດີກວ່າການເອົາການພະນັນເຂົ້າມາຄົບງັນ.

 

Category: People & Blogs
License: Public Source

COMMENTS

Up next